
L'éveil
ເຮັດແບບທົດສອບ AI
7 ຄຳຖາມທີ່ອອກແບບເພື່ອຄົ້ນຫາກິ່ນທີ່ກົງກັບເຈົ້າ
Bespoke Fragrance Silána
ຕອບຄຳຖາມສັ້ນໆ ເພື່ອໃຫ້ AI ຄັດເລືອກກິ່ນທີ່ເໝາะສົມທີ່ສຸດສຳລັບທ່ານ
ເລືອກ 1-3 ກິ່ນ ປັບອັດຕາສ່ວນຕາມໃຈ ສ້າງສູດສະເພາະຂອງທ່ານ
ຄຸນະພາບລະດັບປານີດ ດ້ວຍສ່ວນປະສົມ ເຂັ້ມຂົ້ນເຖິງລະດັບ PARFUM
ສະຕູດິໂອ
ສະຕູດິໂອແຫ່ງນີ້ ບໍ່ແມ່ນພຽງສະຖານທີ່ຜະລິດນ້ຳຫອມ ແຕ່ເປັນພື້ນທີ່ທີ່ແນວຄິດ, ຄວາມຄິດສ້າງສັນ ແລະ ຄວາມປະນີດ ມາພົບກັນ. ທຸກຂວດເລີ່ມຕົ້ນຈາກການຄັດເລືອກວັດຖຸດິບຢ່າງພິຖີພິຖັນ, ການທົດລອງສູດຢ່າງລະອຽດ ແລະ ການຜະລິດດ້ວຍມື ເພື່ອໃຫ້ທຸກກິ່ນຫອມສາມາດຖ່າຍທອດເລື່ອງລາວ ແລະ ຕົວຕົນຂອງຜູ້ໃຊ້ໄດ້ຢ່າງແທ້ຈິງ. ສຳລັບພວກເຮົາ, ສະຕູດິໂອແຫ່ງນີ້ ຄືຈຸດເລີ່ມຕົ້ນຂອງກິ່ນຫອມທີ່ຖືກສ້າງຂຶ້ນດ້ວຍຄວາມໃສ່ໃຈໃນທຸກລາຍລະອຽດ.
ວັດຖຸດິບ
ທຸກກິ່ນຫອມເລີ່ມຕົ້ນຈາກວັດຖຸດິບທີ່ມີຄຸນນະພາບ. ພວກເຮົາຄັດເລືອກຫົວນ້ຳຫອມ ແລະ ສ່ວນປະກອບຈາກແຫຼ່ງທີ່ໄວ້ວາງໃຈໄດ້ ເພື່ອໃຫ້ໄດ້ກິ່ນຫອມທີ່ສະອາດ, ສົມດຸນ ແລະ ຕິດທົນ. ທຸກວັດຖຸດິບຖືກຄັດສັນ ແລະ ກວດສອບຢ່າງພິຖີພິຖັນ ເພາະພວກເຮົາເຊື່ອວ່າ ຄຸນນະພາບຂອງນ້ຳຫອມ ເລີ່ມຕົ້ນຈາກຄຸນະພາບຂອງວັດຖຸດິບ.
ການບົ່ມ
ຫຼັງຈາກການຜະສົມ ນ້ຳຫອມຈະຖືກນຳໄປບົ່ມໄວ້ໃນສະພາບແວດລ້ອມທີ່ເໝາະສົມ ເພື່ອໃຫ້ໂມເລກຸນຂອງຫົວນ້ຳຫອມ, ແອລກໍຮໍ ແລະ ສ່ວນປະກອບອື່ນໆ ປະສານກັນຢ່າງສົມດຸນ. ຂັ້ນຕອນນີ້ຊ່ວຍໃຫ້ກິ່ນຫອມມີຄວາມນຸ່ມນວນ, ກົມກຽວ, ມີຄວາມເລິກ ແລະ ສະແດງເອກະລັກຂອງສູດນ້ຳຫອມໄດ້ຢ່າງສົມບູນ.
ສັ່ງຜະລິດພິເສດ
ທຸກກິ່ນຫອມມີເລື່ອງລາວ ແລະ ທຸກຄົນກໍມີຕົວຕົນທີ່ບໍ່ຄືກັນ. ພວກເຮົາໃຫ້ບໍລິການສັ່ງທຳນ້ຳຫອມພິເສດ ໂດຍອອກແບບກິ່ນຫອມໃຫ້ສອດຄ່ອງກັບບຸກຄະລິກ, ຄວາມຊອບ ແລະ ໂອກາດການໃຊ້ຂອງແຕ່ລະຄົນ. ທຸກສູດຖືກສ້າງຂຶ້ນຢ່າງພິຖີພິຖັນ ເພື່ອໃຫ້ໄດ້ກິ່ນຫອມທີ່ເປັນເອກະລັກ ແລະ ມີພຽງສຳລັບທ່ານ.
ລາຍເຊັນ
ທຸກກິ່ນຫອມທີ່ອອກຈາກສະຕູດິໂອຂອງພວກເຮົາ ລ້ວນມີລາຍເຊັນທີ່ເປັນເອກະລັກ. ລາຍເຊັນນີ້ບໍ່ແມ່ນພຽງສັນຍາລັກ ແຕ່ເປັນຄວາມພິຖີພິຖັນ, ຄວາມໃສ່ໃຈ ແລະ ມາດຕະຖານທີ່ພວກເຮົາຍຶດຖືໃນທຸກຂວດ. ມັນຄືເຄື່ອງໝາຍແຫ່ງຄຸນນະພາບ ແລະ ຄວາມໂດດເດັ່ນ ທີ່ສະທ້ອນຕົວຕົນຂອງແບຣນໃນທຸກລາຍລະອຽດ
ສິລະປະສ້າງກິ່ນສະເພາະໂຕຂອງທ່ານ
Bespoke Fragrance Silána

ສິລະປະແຫ່ງກິ່ນ · ຄັດສັນດ້ວຍປັຍຍາປະດິດ
L'âme du parfum

ເບື້ອງຫຼັງກິ່ນ
Le sanctuaire
ໃຈກາງນະຄອນວຽງຈັນ ຄືບ່ອນທີ່ຫ້ອງປະດິດນ້ຳຫອມຂອງພວກເຮົາຕັ້ງຢູ່ ເປັນພື້ນທີ່ນ້ອຍໆ ແຕ່ເຕັມໄປດ້ວຍຂວດແກ້ວ, ກິ່ນຫອມ ແລະ ຄວາມຕັ້ງໃຈ. ນ້ຳຫອມທຸກຂວດຖືກສ້າງສັນຂຶ້ນດ້ວຍມື ທຸກຂັ້ນຕອນຖືກໃສ່ໃຈຢ່າງປະນີດ ຕັ້ງແຕ່ການຄັດເລືອກກິ່ນ ການຜະສົມ ຈົນເຖິງການບັນຈຸລົງຂວດ.
ພວກເຮົາເຊື່ອວ່າ ກິ່ນຫອມບໍ່ແມ່ນພຽງແຕ່ກິ່ນ ແຕ່ເປັນຄວາມຊົງຈຳ, ຄວາມຮູ້ສຶກ ແລະ ຕົວຕົນຂອງແຕ່ລະຄົນ. ດ້ວຍເຫດນັ້ນ ທຸກຂວດທີ່ອອກຈາກຫ້ອງປະດິດແຫ່ງນີ້ ຈຶ່ງຖືກສ້າງຂຶ້ນດ້ວຍຄວາມພິຖີພິຖັນ ແລະ ຄວາມໃສ່ໃຈໃນທຸກລາຍລະອຽດ. ເພາະກ່ອນທີ່ນ້ຳຫອມຈະກາຍເປັນກິ່ນປະຈຳຕົວຂອງໃຜຄົນໜຶ່ງ ພວກເຮົາຢາກເຮັດຄວາມຮູ້ຈັກເຈົ້າຢ່າງແທ້ຈິງ ເພື່ອສ້າງກິ່ນຫອມທີ່ບອກເລື່ອງລາວ ແລະ ສະທ້ອນຕົວຕົນຂອງເຈົ້າໄດ້ຢ່າງແທ້ຈິງ.
ລາຍເຊັນ

ການເດີນທາງ

L'éveil
7 ຄຳຖາມທີ່ອອກແບບເພື່ອຄົ້ນຫາກິ່ນທີ່ກົງກັບເຈົ້າ

Composition
ນັກປະສົມກິ່ນຂອງເຮົາຜະສານ 1 ຫາ 3 ກິ່ນ ສົມດຸນຢ່າງຖືກຕ້ອງສຳລັບທ່ານ

Signature
ຊື່ຂອງທ່ານສະຫຼັກເທີງໃນນຳ້ຫອມ ພ້ອມຮັບທີ່ສະຕູດີໂອຂອງພວກເຮົາທີ່ວຽງຈັນ
ວັດຖຸດິບ
Trois éléments